ກິ່ນເໝັນ ຈາກໂຮງງານມັນຕົ້ນ Lao TTL ຂອງວຽດນາມ ຍັງບໍ່ຖືກແກ້ໄຂ
ຊາວບ້ານ ບ້ານມະນີລາດ ເມືອງໄຊບູລີ ແຂວງສວັນນະເຂດ ຍັງໄດ້ຮັບກິ່ນເໝັນຈາກໂຮງງານມັນຕົ້ນຂອງວຽດນາມ ສ້າງຄວາມເດືອດຮ້ອນຢ່າງໜັກ ເຖິງແມ່ນວ່າ ທາງການແຂວງສວັນນະເຂດ ໄດ້ມີຄໍາສັ່ງໃຫ້ໂຮງງານດັ່ງກ່າວ ປັບປຸງແກ້ໄຂ ບັນຫາແລ້ວຕັ້ງແຕ່ເດືອນກຸມພາແລ້ວກໍຕາມ.
iTunes | Spotify | GooglePodcast
ເມືອງລາວປະຈໍາສັບປະດາ ແມ່ນລາຍການ ທີ່ນໍາເອົາຂ່າວ ແລະ ເຫດການຕ່າງໆ ຮວມທັງການສໍາພາດບຸກຄົນຊື່ດັງ ມີຜົນງານທີ່ໂດດເດັ່ນ ສ້າງຊື່ສຽງໃຫ້ກັບສັງຄົມລາວ ມາສົນທະນາກັນ ເພື່ອຜັນຂະຫຍາຍອອກໃຫ້ກວ້າງໄກ ໂດຍຜ່ານທາງ Podcast
ການປັບປ່ຽນຮູບແບບ ການໃຊ້ພາສາລາວ ຂອງວິທຍຸເອເຊັຽເສຣີ
2024-03-26ພວກທ່ານອາດຮູ້ແລ້ວວ່າ ນັບແຕ່ມື້ນີ້ເປັນຕົ້ນໄປ ວິທະຍຸເອເຊັຽເສຣີ (RFA) ຈະປ່ຽນພາສາການອອກອາກາດ ເປັນພາສາລາວໃໝ່ ແຕ່ໃນຂະນະດຽວກັນ ກໍຍັງຈະເລືອກອອກລາຍການ ບາງຢ່າງເປັນພາສາລາວເດີມ.
ຢູ່ແຂວງຈຳປາສັກ ມີຜູ້ຕິດເຊື້ອພະຍາດໄຂ້ເລືອດດຳ ເຖິງ 54 ຄົນ
ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາຣະນະສຸຂ ໄດ້ອອກແຈ້ງການໃນວັນທີ 20 ມີນາ ນີ້ວ່າ ໃນໄລຍະຕົ້ນເດືອນມີນານີ້ ມີຣາຍງານພົບກໍຣະນີສົງໄສ ພະຍາດໄຂ້ເລືອດດຳ ຫຼື ແອນແທຣັກຊ໌ ຕິດແປດ ຈາກສັດສູ່ຄົນ ຢູ່ 10 ບ້ານ ຂອງເມືອງສຸຂຸມາ ແລະເມືອງຈຳປາສັກ ແຂວງຈຳປາສັກ ທັງໝົດ 54 ຄົນ.